ການແຊກເລກໜ້າຂອງໜ້າຕໍ່ເນື່ອງ

ເຈົ້າສາມາດແຊກເລກໜ້າຂອງໜ້າຕໍ່ໄປໃນທ້າຍເຈ້ຍໄດ້ຢ່າງງ່າຍດາຍໂດຍການໃຊ້ເຂດຂໍ້ມູນ.

ເລກໜ້າຈະສະແດງຂຶ້ນກໍຕໍ່ເມື່ອມີໜ້າຕໍ່ໄປຢູ່ແທ້.

  1. ເລືອກ ແຊກ - ຫົວເຈ້ຍ ແລະ ທ້າຍເຈ້ຍ - ທ້າຍເຈ້ຍ ແລະ ເລືອກຮູບແບບໜ້າທີ່ເຈົ້າຕ້ອງການເພີ່ມທ້າຍເຈ້ຍໃສ່.

  2. ວາງເຄີເຊີໄວ້ໃນທ້າຍເຈ້ຍ ແລະ ເລືອກ ແຊກ - ເຂດຂໍ້ມູນ - ເຂດຂໍ້ມູນເພີ່ມເຕີມ.

  3. ໃນກ່ອງຂໍ້ຄວາມ ເຂດຂໍ້ມູນ, ໃຫ້ຄລິກແຖບ ເອກະສານ.

  4. ຄລິກ 'ໜ້າ' ໃນລາຍການ ປະເພດ ແລະ 'ໜ້າຕໍ່ໄປ' ໃນລາຍການ ເລືອກ.

  5. ຄລິກຮູບແບບການໃຫ້ເລກລຳດັບໃນລາຍການ ຮູບແບບ.

    ຖ້າເຈົ້າເລືອກ 'ຂໍ້ຄວາມ' ໃນລາຍການ ຮູບແບບ, ຈະມີພຽງແຕ່ຂໍ້ຄວາມທີ່ເຈົ້າປ້ອນໃນຫ້ອງ ຄ່າ ເທົ່ານັ້ນທີ່ຈະສະແດງໃນເຂດຂໍ້ມູນ.

  6. ຄລິກ ແຊກ ເພື່ອແຊກເຂດຂໍ້ມູນທີ່ມີເລກໜ້າ.